ທະນາຄານຍີ່ປຸ່ນຮັບສະໝັກພະນັກງານ ຕຳແໜ່ງ ວິຊາການ ແລະ ປະສານງານ
ເງິນເດືອນ 20.000.000 ກີບ (ຂຶ້ນກັບປະສົບການ)
——————–
ໜ້າທີ່ຮັບຜິດຊອບ:
– ຕິດຕໍ່ພົວພັນກັບ ລູກຄ້າໃໝ່ ແລະ ລູກຄ້າທີ່ມີຢູ່ແລ້ວ
– ສະໜອງຂໍ້ມູນແກ່ລູກຄ້າ ທາງອີເມວ ຫຼື ວ໋ອດແອັບ
– ປະສານງານກັບບໍລິສັດ ທີ່ເປັນຄູ່ຮ່ວມທາງທຸລະກິດໃໝ່ ທີ່ກ່ຽວຂ້ອງກັບບໍລິສັດ
– ພັດທະນາກົນລະຍຸດທາງການຕະຫຼາດ ເພື່ອເພີ່ມຍອດຂາຍທາງທຸລະກິດ
– ໜ້າວຽກອື່ນໆ ຕາມການມອບໝາຍ
ເງື່ອນໄຂຜູ້ສະໝັກ:
– ຈົບປະລິນຍາຕີຂຶ້ນໄປ ສາຂາການທະນາຄານ, ການເງິນ, ເສດຖະສາດ ຫຼື ສາຂາທີ່ກ່ຽວຂ້ອງ ຖ້າຈົບປະລິນຍາໂທ MBA ແລະ ໄດ້ພາສາຍີ່ປຸ່ນ ຈະພິຈາລະນາເປັນພິເສດ
– ມີປະສົບການຢ່າງໜ້ອຍ 3-6 ປີ ດ້ານການບໍລິຫານ ແລະ ການຕິດຕໍ່ພົວພັນກັບບັນດາທະນາຄານ ແລະ ສະຖາບັນການເງິນ
– ມີທັກສະຄວາມເປັນຜູ້ນຳ ສາມາດເຝິກສອນ ແລະ ໃຫ້ຄຳແນະນຳແກ່ລູກທີມໄດ້
– ມີຄວາມສາມາດນຳໃຊ້ ພາສາຍີ່ປຸ່ນ ແລະ ພາສາອັງກິດ ໄດ້ຢ່າງຄ່ອງແຄ່ວ
——————–
ເອກະສານສະໝັກງານ:
1. ແບບຟອມສະໝັກ: (ລິ້ງດາວໂຫລດ)
2. ຮູບ 3×4 = 1 ໃບ (ຕິດໃສ່ແບບຟອມ)
3. ໃບປະກາດ ແລະ ໃບຄະແນນ (ກ໋ອບປີ້)
4. ສຳມະໂນຄົວ ຫຼື ບັດປະຈຳຕົວ (ກ໋ອບປີ້)
5. ໃບຜ່ານງານ (ຖ້າມີ)
——————–
ຍື່ນ ເອກະສານສະໝັກງານ ທີ່ບໍລິສັດ ເອັນເອັມເອັສ ລາວ
ຫຼື ທາງອີເມວ info@nmslao.com
——————–
ສະຖານທີ່ບໍລິສັດຕັ້ງຢູ່ ບ້ານ ໂພນສະຫວັນໄຕ້, ຮ່ອມ 4 ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂລເຄຊັ້ນ: https://goo.gl/maps/LX5JTAxuHT8ZyGbk8
ສອບຖາມລາຍລະອຽດ: 021 316704 (ຈັນ-ສຸກ 9:00-12:00 ຫຼື 13:00-16:00)